ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສ ເກົາຫຼີ ຈັດ​ວາງ​ກຳລັງ​ລົດ​ຕັງ​ສູນ​ບັນຊາ​ການ​ໃໝ່

     ອີງ​ຕາມ​ລາຍ​ງານ​ຈາກ​ເວັບ​ໄຊ້ asianmilitaryreview.com ແຈ້ງ​ໃຫ້​ຮູ້​ໃນ​ວັນ​ທີ 15 ທັນວາ 2023 ນີ້​ວ່າ: ກອງທັບ ສ ເກົາຫຼີ
ໄດ້​ຈັດ​ວາງ​ກຳລັງ​ລົດ​ຕັງ​ສູນ​ບັນຊາ​ການ ຂະໜາດ 8x8 ໃໝ່​ເປັນ​ຄັ້ງ​ທຳ​ອິດ. ລາຍ​ງານ​ໄດ້​ໃຫ້​ຮູ້​ວ່າ: ໜ່ວຍ​ງານ​ຝ່າຍ​ຈັດ​ຊື້​ອຸປະກອນ​ປ້ອງ​
ກັນ​ຊາດ​ຂອງ ສ ເກົາຫຼີ ໄດ້​ເຮັດສັນຍາ​ສັ່ງ​ຊື້​ລົດ​ຕັງ​ສູນ​ບັນຊາ​ການ​ຈຳນວນ​ບໍ່​ເປີດເຜີຍກັບ​ບໍລິສັດ Hyundai Rotem ຈຳນວນ 2 ຄັ້ງ​ຄື:
ຄັ້ງ​ທຳ​ອິດ​ໃນ​ເດືອນ​ມິຖຸນາ 2022 ມີ​ມູນ​ຄ່າ 53,2 ຕື້​ວອນ ແລະ ຄັ້ງ​ທີ​ສອງ​ໃນ​ເດືອນ ມິຖຸນາ 2023 ມູນ​ຄ່າ 700 ຕື້​ວອນ.

     ຕາມ​ລາຍ​ງານ​ຈາກ​ແຫຼ່ງ​ຂ່າວ​ທ້ອງ​ຖິ່ນ​ໃຫ້​ຮູ້​ວ່າ: ສ ເກົາຫຼີ ມີ​ແຜນ​ຈະ​ຈັດ​ວາງ​ກຳລັງ​ລົດ​ຕັງ​ສູນ​ບັນຊາ​ການ ​ເພື່ອ​ປ່ຽນ​ແທນ​ສູນ​ບັນຊາ
​ການ​ພາກ​ສະໜາມ​ຂອງ​ກອງທັບ ທີ່​ໃຊ້​ການ​ກາງ​ເຕັ້ນ​ເປັນ​ປ້ອມ​ບັນຊາ​ການ ຈາກ​ປັດຈຸບັນ​ຫາ​ປີ 2029 ຈະ​ໃຫ້​ໄດ້​ປະມານ 600 ຄັນ.
ລົດ​ຕັງ​ສູນ​ບັນຊາ​ການ​ດັ່ງກ່າວ ບັງຄັບ​ໂດຍ​ພົນ​ປະຈຳການ 2 ຄົນ ພ້ອມ​ຜູ້ໂດຍສານ​ອີກ 8 ຄົນ, ເປັນ​ລົດ​ຕັງ​ຫຸ້ມ​ເກາະທີ່​ຕິດ​ຕັ້ງ​ລະບົບ​ແຮງ​
ດັນ​ທາງ​ບວກ ເພື່ອ​ປົກ​ປ້ອງ​​ຜູ້ໂດຍສານ​ຈາກ​ເຄ​ມີ, ນິວ​ເຄລຍ ແລະ ສານ​ຊີວະ​ພາບ​ຕ່າງໆ. ຕົ້ນ​ແບບ​ຂອງ​ລົດ​ຕັງ​ລຸ້ນ​ນີ້ ແມ່ນ​ມາ​ຈາກ​ລົດ​ຫຸ້ມ​
ເກາະຂະໜາດ 8x8 K808 ‘Baekho’ ທີ່​ມີ​ປະຈຳການ​ຢູ່​ແລ້ວ ໂດຍ​ແມ່ນ​ບໍລິສັດ Hyundai Rotem ເປັນ​ຜູ້​ຜະລິດ​ເຊັ່ນ​ກັນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/12/2023